+ 856 021 412011
  + 856 021 453865

 + 856 2055616270

 + 856 2058589001

          + 856 2054566669

mailned.database@gmail.com

 ຕອນບ່າຍວັນທີ 18 ສິງຫາ 2025 ທີ່ຫ້ອງປະຊຸມທາງໄກ, ສໍານັກງານໃຫຍ່ກະຊວງອຸດສາຫະກໍາ ແລະ ການຄ້າ (ບ້ານ ໂພນໄຊ) ໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ກະຊວງການເງິນ ກ່ຽວກັບ ການຮ່ວມມືຈັດຕັ້ງປະຕິບັດລະບົບການຊຳລະຄ່າທຳນຽມ ແລະ ບໍລິການທະບຽນວິສາຫະກິດ ຜ່ານ ລະບົບ FinLink ແລະ ການນໍາໃຊ້ລະຫັດວິສາຫະກິດ ແລະ ເລກປະຈຳຕົວຜູ້ເສຍອາກອນເປັນ ຕົວເລກດຽວ ໂດຍນໍາໃຊ້ເລກລະຫັດປະຈຳຕົວຜູ້ເສຍອາກອນເປັນຫຼັກ. ຕາງໜ້າກະຊວງອຸດສາຫະກຳ ແລະ ການຄ້າ ລົງນາມ ທ່ານ ປອ ບົວວັນ ວິລະວົງ ຫົວໜ້າຫ້ອງການ, ກະຊວງອຸດສາຫະກໍາ ແລະ ທ່ານ ສົມຈິດ ຄໍາມຸງຄຸນ ຫົວໜ້າຫ້ອງການ ກະຊວງການເງິນ. ໂດຍຊ່ອງໜ້າການເຂົ້າຮ່ວມຂອງຄະນະນຳ ແລະ ພະນັກງານທີ່ກ່ຽວຂ້ອງທັງສອງຝ່າຍ.

05

ທ່ານ ອະພິສິດ ແສງສຸລິວົງ ຫົວໜ້າກົມຄຸ້ມຄອງວິສາຫະກິດ, ກະຊວງອຸດສາ ຫະກໍາ ແລະ ການຄ້າ ກ່າວວ່າ: ພິທີເຊັນບົດບັນທຶກຄວາມເຂົ້າໃຈໃນຄັ້ງນີ້ເກີດຂຶ້ນສືບເນື່ອງມາຈາກ ຄໍາສັ່ງ 02/ນຍ, ໃນການປັບປຸງຂັ້ນຕອນການເລີ່ມຕົ້ນທຸລະກິດໃຫ້ມີຄວາມສະດວກ, ວ່ອງໄວ, ທັນສະໄໝ, ເຊິ່ງກົມ ຄຸ້ມຄອງວິສາຫະກິດ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ມອບໝາຍໃຫ້ເປັນເຈົ້າການໃນການປະສານງານກັບພາກສ່ວນທີ່ກ່ຽວຂ້ອງໃນການປັບປຸງຂັ້ນຕອນດັ່ງກ່າວ: ເປັນຕົ້ນ ກະຊວງການເງິນ, ກະຊວງປ້ອງກັນຄວາມສະຫງົບ ແລະ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຫລຸດຂັ້ນຕອນການເລີ່ມຕົ້ນ ທຸລະກິດຈາກ 09 ຂັ້ນຕອນໃນເມື່ອກ່ອນ ໃຫ້ເຫຼືອ 01 ຂັ້ນຕອນຄືຂັ້ນຕອນການຂຶ້ນທະບຽນວິສາຫະກິດ; ຫລຸດໄລຍະເວລາການເລີ່ມຕົ້ນທຸລະກິດ ຈາກ 173 ວັນ, ມາເຫຼືອພຽງ 03 ວັນລັດຖະການ;

06

ທ່ານ ຫົວໜ້າກົມຄຸ້ມຄອງວິສາຫະກິດ ໃຫ້ຮູ້ຕື່ມວ່າ: ຂັ້ນຕອນທີ່ຍັງເຫລືອຄືຂັ້ນຕອນການແຈ້ງຂຶ້ນທະບຽນວິສາຫະກິດ, ກົມຄຸ້ມຄອງວິສາຫະກິດ ກໍ່ໄດ້ສ້າງລະບົບການຂຶ້ນທະບຽນວິສາຫະກິດທາງເອເລັກໂຕຣນິກ, ເພື່ອເປັນທາງ ເລືອກໃຫ້ແກ່ຜູ້ລົງທຶນໃນການ ແຈ້ງຂຶ້ນທະບຽນວິສາຫະກິດ ໂດຍໄດ້ຮັບການສະໜັບສະໜູນຈາກທະນາຄານໂລກ ພາຍໃຕ້ໂຄງການ LCT2 ແລະ ນອກຈາກນັ້ນຍັງໄດ້ກະຈາຍຈຸດບໍລິການຂຶ້ນທະບຽນວິສາຫະກິດໃນຂອບເຂດທົ່ວປະເທດ ແລະ 1ຈຸ ດຢູ່ກົມຄຸ້ມຄອງວິສາຫະກິດ, 18 ແຂວງ, 148 ເມືອງ, 7 ເຂດເສດຖະກິດພິເສດ,1 ເຂດນິຄົມອຸດສາຫະກຳວຽງຈັນໂນນທອງ ລວມທັງໝົດ 165 ຈຸດ.

09

ທ່ານ ຫົວໜ້າຫ້ອງການກະຊວງການເງິນ ໄດ້ມີຄຳເຫັນຕໍ່ພິທີວ່າ: ຕິດພັນກັບການນໍາໃຊ້ລະບົບການຂຶ້ນທະບຽນວິສາຫະກິດ ທາງເອເລັກໂຕຣນິກນີ້, ຜູ້ລົງທຶນຕ້ອງໄດ້ຊໍາລະຄ່າທຳນຽມ ແລະ ບໍລິການທະບຽນວິສາຫະກິດ ຜ່ານລະບົບ FinLink ແລະ ກໍ່ ເຫັນວ່າການຈັດເກັບງົບປະມານໄດ້ຫັນເຂົ້າສູ່ລະບົບ ແລະ ລວມສູນ; ຕະຫຼອດໄລຍະຜ່ານມາ ທັງສອງພາກສ່ວນ ກໍ່ໄດ້ເປີດກອງປະຊຸມວິຊາການເພື່ອປຶກສາຫາລື ແລະ ປ່ຽນຄວາມຄິດເຫັນ ຮ່ວມກັນຫຼາຍຄັ້ງ ໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ;

 

 

 

ມື້ນີ້ມື້ນີ້187
ມື້ວານນີ້ມື້ວານນີ້682
ອາທິດນີ້ອາທິດນີ້4161
ເດືອນ​ນີ້ເດືອນ​ນີ້13451
ທັງໝົດທັງໝົດ849786