+ 856 021 412011
  + 856 021 453865

 + 856 2055616270

 + 856 2058589001

          + 856 2054566669

mailned.database@gmail.com

ໃນວັນທີ 17 ຕຸລາ 2025 ທີ່ຫ້ອງປະຊຸມທາງໄກ ຊັ້ນ 3, ກະຊວງອຸດສາຫະກຳ ແລະ ການຄ້າ (ສຳນັກງານບ້ານຝ່າຍ), ກົມຄຸ້ມຄອງວິສາຫະກິດ ໄດ້ຈັດກອງປະຊຸມຜ່ານວິດີໂອທາງໄກ ເຜີຍແຜ່ຂໍ້ຕົກລົງວ່າດ້ວຍການປະກອບທຶນຈົດທະບຽນວິສາຫະກິດ ພາຍໃຕ້ການເປັນປະທານຂອງທ່ານ ອະພິສິດ ແສງສຸລິວົງ, ຫົວໜ້າກົມຄຸ້ມຄອງວິສາຫະກິດ, ກະຊວງ ອຄ ໂດຍມີບັນດາທ່ານຫົວໜ້າກົມ, ຮອງຫົວໜ້າກົມ ພາຍໃນກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ຫົວໜ້າພະແນກ, ຮອງຫົວໜ້າພະແນກ ນະຄອນຫຼວງ ແລະ ແຂວງ ໃນຂອບເຂດທົ່ວ ປະເທດ, ທ່ານ ຫົວໜ້າຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຂັ້ນສູນກາງ ແລະ ຂັ້ນແຂວງ, ບັນດາເຈົ້າໜ້າທີ່ທະບຽນວິສາຫະກິດ ໃນຂອບເຂດທົ່ວປະເທດ ແລະ ຄະນະຮັບຜິດຊອບ ເຂົ້າຮ່ວມ.

05

ທ່ານ ຫົວໜ້າກົມ, ໄດ້ກ່າວຈຸດປະສົງຂອງການປະຊຸມໃນຄັ້ງນີ້ ແມ່ນເພື່ອຜັນຂະຫຍາຍ ມາດຕາ 20 ຂອງກົດໝາຍວ່າດ້ວຍວິສາຫະກິດ, ສະບັບປັບປຸງປີ 2022 ທີ່ໄດ້ກຳນົດວ່າ: “ທຶນຈົດທະບຽນວິສາຫະກິດ ຕ້ອງມີຈິງ ແລະ ປະກອບໃຫ້ຄົບຖ້ວນ” ແລະ ມາດຕາ 32, 44, 76, 101, 173 ແລະ ມາດຕາ 184 ຂອງກົດໝາຍ ວ່າດ້ວຍວິສາຫະກິດ ສະບັບປັບປຸງປີ 2022 ທີ່ໄດ້ກຳນົດໃຫ້: “ເຈົ້າຂອງວິສາຫະກິດ, ຂາຮຸ້ນ ແລະ ຜູ້ຖືຮຸ້ນ ປະກອບທຶນຈົດທະບຽນ ຫຼື ຖອກຮຸ້ນ ໃຫ້ຄົບຖ້ວນທັງເປັນເງິນ ແລະ ເປັນວັດຖຸ ພາຍຫຼັງການຂຶ້ນທະບຽນວິສາຫະກິດ ຕາມການຕົກລົງຂອງເຈົ້າຂອງວິສາຫະກິດ, ຂາຮຸ້ນ ແລະ ຜູ້ຖືຮຸ້ນ”. ແຕ່ໃນກົດໝາຍສະບັບນີ້ ແມ່ນຍັງບໍ່ໄດ້ກຳນົດ ໄລຍະເວລາ, ວິທີການປະກອບທຶນ ແລະ ເອກະສານຢັ້ງຢືນ ການປະກອບທຶນຈົດທະບຽນວິສາຫະກິດ. ປັດຈຸບັນ ມີພຽງກົດ ໝາຍວ່າດ້ວຍການສົ່ງເສີມການລົງທຶນ, ສະບັບປັບປຸງປີ 2024 ທີ່ໄດ້ກຳນົດໃນໄລຍະເວລາໃຫ້ຜູ້ລົງທຶນຕ່າງປະເທດ ຕ້ອງນໍາທຶນເຂົ້າມາ ສປປ ລາວ ຢ່າງໜ້ອຍ 30% ຂອງທຶນຈົດທະບຽນໃນກິດຈະການທົ່ວໄປ ພາຍໃນເກົ້າສິບວັນ ນັບແຕ່ວັນໄດ້ຮັບອະນຸຍາດດໍາເນີນທຸລະກິດ ຫຼື ອະນຸຍາດລົງທຶນ, ສ່ວນທີ່ເຫຼືອໃຫ້ນໍາເຂົ້າມາພາຍໃນ ໜຶ່ງປີ ໃຫ້ຄົບຖ້ວນພາຍໃນເວລາໜຶ່ງປີ, ແຕ່ການກຳນົດດັ່ງກ່າວ ກໍຍັງບໍ່ທັນມີ ນິຕິກຳຜັນຂະຫຍາຍລະອຽດກ່ຽວກັບ ວິທີການປະກອບທຶນ ແລະ ເອກະສານຢັ້ງຢືນປະກອບທຶນ. ພ້ອມນັ້ນ, ກໍຍັງບໍ່ເປັນເອກະພາບກັບຜູ້ລົງທຶນພາຍໃນ ທີ່ຍັງບໍ່ທັນມີນິຕິກຳສະບັບໃດ ໃຫ້ປະກອບທຶນດັ່ງກ່າວ.

02

ສຳລັບຂໍ້ຕົກລົງສະບັບນີ້ ຍັງເປັນການຊຸກຍູ້ໃຫ້ວິສາຫະກິດ ເຄື່ອນໄຫວຖືກຕ້ອງສອດຄ່ອງຕາມກົດໝາຍ ແລະ ລະບຽບການໄດ້ກຳນົດໄວ້ ເພາະເຫັນວ່າ ໃນພາກຈັດຕັ້ງປະຕິບັດຕົວຈິງ ສ່ວນຫຼາຍ ເຈົ້າຂອງວິສາຫະກິດ, ຂາຮຸ້ນ ແລະ ຜູ້ຖືຮຸ້ນ ກໍຍັງບໍ່ທັນປະກອບທຶນຈົດທະບຽນວິສາຫະກິດ ໃຫ້ຄົບຖ້ວນຕາມຈໍານວນທຶນທີ່ໄດ້ ແຈ້ງຂຶ້ນທະບຽນວິສາຫະກິດນໍາເຈົ້າໜ້າທີ່ທະບຽນວິສາຫະກິດ ເຮັດໃຫ້ທຶນຈົດທະບຽນວິສາຫະກິດ ມີແຕ່ຕົວເລກທີ່ລະບຸໄວ້ໃນໃບທະບຽນວິສາຫະກິດ, ແຕ່ບໍ່ມີທຶນໃນການເຄື່ອນໄຫວທຸລະກິດຕົວຈິງ, ຍັງເຄື່ອນໄຫວທຸລະກິດໃນນາມສ່ວນຕົວ ໂດຍບໍ່ໄດ້ປະກອບເຂົ້າເຄື່ອນໄຫວໃນນາມວິສາຫະກິດ ເຮັດໃຫ້ມີຊ່ອງຫວ່າງລົບຫຼີກການປະຕິບັດພັນທະພາສີ-ອາກອນ, ກຳນົດທຶນຈົດທະບຽນໄວ້ສູງ ບໍ່ສອດຄ່ອງການເຄື່ອນໄຫວທຸລະກິດຕົວຈິງ ແລະ ກຳນົດທຶນຈົດທະບຽນສູງໆໄວ້ ເພື່ອຈຸດປະສົງອື່ນ ເປັນຕົ້ນ ການເຂົ້າຮ່ວມການປະມູນ, ການເຂົ້າ ເຖິງແຫຼ່ງທຶນ.

03

ສະນັ້ນ, ເຫດຜົນທັງໝົດທີ່ກ່າວມານັ້ນ ຈຶ່ງມີຄວາມຈຳເປັນ ຕ້ອງໄດ້ສ້າງຂໍ້ຕົກລົງສະບັບນີ້ ເພື່ອເຮັດໃຫ້ວຽກງານດັ່ງກ່າວ ຖືກຕ້ອງສອດຄ່ອງກັບກົດໝາຍ ແລະ ລະບຽບການ ແນໃສ່ເຮັດໃຫ້ເຈົ້າຂອງວິສາຫະກິດ, ຂາຮຸ້ນ ແລະ ຜູ້ຖືຮຸ້ນ ປະກອບທຶນຈົດທະບຽນວິສາຫະກິດ ໃຫ້ຄົບຖ້ວນ ພາຍຫຼັງໄດ້ຂຶ້ນທະບຽນວິສາຫະກິດ, ນໍາເອົາທຶນຈົດທະບຽນວິສາຫະກິດເຂົ້າຈໍລະຈອນໃນລະບົບທະນາຄານ ແລະ ສາມາດຕິດຕາມ, ກວດກາການປະກອບທຶນຈົດທະບຽນວິສາຫະກິດ ຢ່າງປະສິດທິພາບ ແລະ ປະສິດທິຜົນ, ປະກອບສ່ວນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ ຢ່າງແທ້ຈິງ.

04

 

ມື້ນີ້ມື້ນີ້89
ມື້ວານນີ້ມື້ວານນີ້351
ອາທິດນີ້ອາທິດນີ້440
ເດືອນ​ນີ້ເດືອນ​ນີ້10320
ທັງໝົດທັງໝົດ886729