ໃນວັນທີ 4 ມິຖຸນາ 2026 ກົມຄຸ້ມຄອງວິສາຫະກິດ, ກະຊວງອຸດສາຫະກໍາ ແລະ ການຄ້າ, ໄດ້ລົງປະພົບປະຍ້ຽມຍາມ ອໍານາດການປົກຄອງເມືອງ ຈັນທະບູລີ ແລະ ເມືອງສີສັດຕະນາກ, ນໍາພາໂດຍ ທ່ານ ນາງ ວົງປະດິດ ວົງສະຫວາດ, ຮອງຫົວໜ້າກົມຄຸ້ມຄອງວິສາຫະກິດ, ມີຫົວໜ້າຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງຈັນທະບູລີ, ທ່ານຜູ້ຕາງໜ້າຈາກຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງສີສັດຕະນາກ ແລະ ພະນັກ ງານຈາກພະແນກຄຸ້ມຄອງວິສາຫະກິດ ເຂົ້າຮ່ວມໃນຄະນະດັ່ງກ່າວ,

ຈຸດປະສົງຂອງການລົງພົບປະຍ້ຽມຍາມຄັ້ງນີ້ແມ່ນເພື່ອລາຍງານ ໃຫ້ທາງອໍານາດການປົກຄອງເມືອງ ເພື່ອຊາບ ແລະ ຊ່ວຍອໍານວຍຄວາມສະດວກ ກ່ຽວກັບການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວລົງເຮັດວຽກເພື່ອເກັບກໍາຂໍ້ມູນສະຖິຕິຂອງຫົວໜ່ວຍວິສາຫະກິດ ທີ່ຂຶ້ນທະບຽນວິສາ ຫະກິດແລ້ວ ແຕ່ບໍ່ປະຕິບັດຕາມຂັ້ນຕອນທີ່ໄດ້ກໍານົດໄວ້ໃນກົດໝາຍ ແລະ ລະບຽບການ ເຊິ່ງເປັນການທົດລອງຈັດຕັ້ງປະຕິບັດຢູ່ສອງເມືອງໃນເບື້ອງຕົ້ນ;

ໃຫ້ກຽດຕ້ອນຮັບຄະນະທີມງານຈາກ ກົມຄຸ້ມຄອງວິສາກິດແມ່ນ ທ່ານ ແສງສາທິດ ພິມເມືອງ, ປະທານຄະນະກໍາມະການປົກຄອງເມືອງ ຈັນທະບູລີ ພ້ອມດ້ວຍຄະນະ ແລະ ທ່ານ ນາງ ທອງມີ ດາວສຸກ, ຮອງປະທານຄະນະກໍາມະການປົກຄອງເມືອງ ສີສັດຕະນາກ ເຊິ່ງໄດ້ຕ້ອນຮັບຢ່າງອົບອຸ່ນ.







